ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມອຸດສາຫະກໍາປ້ອງກັນຊາດ ສະຫຼຸບຖອດຖອນບົດຮຽນ
ການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

    ວັນທີ 26 ມິຖຸນາ 2024 ນີ້, ກົມອຸດສາຫະກໍາປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ, ໄດ້ສະຫຼຸບຖອດຖອນບົດຮຽນ ການປັບປຸງກໍ່ສ້າງ
ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຄະນະ
ພັກກະຊວງປ້ອງກັນປະເທດ ຮັກສາການຫົວໜ້າກົມໃຫ່ຍເຕັກນິກກອງທັບ, ມີສະຫາຍ ພັນເອກ ສຸດໃຈ ສໍວິໄຊ ຄະນະພັກກົມໃຫ່ຍເຕັກນິກ
ເລຂາໜ່ວຍພັກ ຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ ພ້ອມດ້ວຍຄະນະ, ມີບັນດາສະຫາຍຄະນະກວດກາ, ບັນດາພະແນກການຕະຫຼອດຮອດ
ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ.

     ສະຫາຍ ພັນເອກ ວິໄລຄໍາ ຫຼວງຊົມພູ ຄະນະພັກກົມໃຫຍ່ເຕັກນິກ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມອຸດສາຫະກໍາປ້ອງກັນຊາດ ໄດ້
ຂຶ້ນຜ່ານບົດສະຫຼຸບການປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ໂດຍໃຫ້ຮູ້ວ່າ: ໜ່ວຍພັກກົມອຸດສາຫະກໍາປ້ອງ
ກັນຊາດ ເປັນໜ່ວຍພັກໜຶ່ງທີ່ມີພາລະບົດບາດ ແລະ ໜ້າທີ່ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ເຂົ້າໃນຂົງເຂດວຽກງານ
ອຸດສາຫະກໍາປ້ອງກັນຊາດ, ກໍ່ສ້າງກໍາລັງຂອງຂະແໜງການ, ຈັດຕັ້ງຄຸ້ມຄອງບັນດາຫົວໜ່ວຍ ຂຶ້ນກັບການຜະລິດ-ດໍາເນີນທຸລະກິດ ແລະ ບໍລິການ
ເພື່ອຮັບປະກັນ ໃຫ້ແກ່ວຽກງານປ້ອງກັນຊາດ ແລະ ບໍລິການສັງຄົມ, ນອກນັ້ນກໍ່ໄດ້ເຮັດໜ້າທີ່ຄົ້ນຄວ້າດັດແປງພາຫະນະອາວຸດ-ກະສູນ ເພື່ອຮັບ
ໄຊ້ໃຫ້ແກ່ການເຝິກແອບຮໍ່າຮຽນ ແລະ ກຽມພ້ອມສູ້ຮົບຂອງກອງທັບ, ມີຄະນະໜ່ວຍພັກ 5 ສະຫາຍ, ສະມາຊິກພັກທັງໝົດ 26 ສະຫາຍ, ຍິງ
4 ສະຫາຍ ລໍຖ້າບໍານານ 1 ສະຫາຍ, ຈໍານວນສະມາຊິກພັກແມ່ນລວມມາຈາກ 3 ພາກສ່ວນຄື: ອົງການກົມ, ບໍລິສັດພູຫຼວງ ແລະ ບໍລິສັດ LCJ
ວິສະວະກໍາການລະເບີດຈໍາກັດ ມີພາລະບົດບາດ ເປັນເສນາທິການດ້ານວຽກງານອຸດສາຫະກໍາປ້ອງກັນຊາດ, ໃຫ້ອົງຄະນະພັກກົມໃຫຍ່ເຕັກນິກ
ກອງທັບ ໄດ້ຕັ້ງໜ້າເຄື່່ອນໄຫວນໍາພາປະຕິບັດໜ້າທີ່ການເມືອງຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ. ພ້ອມກັນນັ້ນ, ໄດ້ສ້າງ
ໜ່ວຍພັກໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ
ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ສຸມໃສ່ສຶກສາອົບຮົມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ທາດແທ້ມູນເຊື້ອປະຕິວັດຂອງກອງທັບ, ການ
ກໍ່ສ້າງພັກແມ່ນຢຶດໝັ້ນຕາມ 5 ຫຼັກການ 3 ທິດນຳ ໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງ ພາຍໃນພັກຕິດພັນ
ກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນ
ອ່ຽນ, ທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມ
ການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ,
ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງ ໄດ້ເປັນຢ່າງດີ.

     ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບ ຂອງສະມາຊິກພັກ,
ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈາກຄະນະກວດກາ ເຫັນວ່າ: ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ
ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 26 ສະຫາຍ, ບໍ່ໄດ້ຈັດແບ່ງປະເພດສະມາຊິກພັກ 2 ສະຫາຍ ແລະ 1 ສະຫາຍ
ກຽມລໍພັກຮັບເບ້ຍບໍານານ. ສໍາລັບໜ່ວຍພັກ ບັນລຸໄດ້ຄະແນນ 100% ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກ
ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນ ອີກໜຶ່ງສະໄໝ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທໍາມະວົງ ຄະນະພັກກະຊວງປ້ອງກັນ
ປະເທດ ຮັກສາການຫົວໜ້າກົມໃຫ່ຍເຕັກນິກກອງທັບ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະ
ຈຳປີ 2024 ໂດຍເນັ້ນໜັກໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນ ກຳໄດ້ຄວາມໝາຍ, ຄວາມສຳຄັນໃນການກໍ່ສ້າງໜ່ວຍ
ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳ ຂອງພັກ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ,
ແນໃສ່ໃຫ້ການຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກໃຫ້ໄດ້ຮັບຄຸນນະພາບດີ, ເປັນເຈົ້າການສຶກສາອົບຮົມຄຸນທາດການເມືອງນຳພາແນວຄິດ ໃຫ້
ໜັກແໜ້ນເຂັ້ມແຂງຮອບດ້ານ, ເຮັດໃຫ້ສະມາຊິກພັກແຕ່ລະຂັ້ນມີຄວາມອຸນອ່ຽນທຸ່ນທ່ຽງ, ບໍ່ຫວັ່ນໄຫວຄອນແຄນຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ
ຂອງສັດຕູ, ມີສະຕິຕໍ່ການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງ ວາງອອກຢ່າງເຂັ້ມງວດ, ລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ
ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ສ້າງຄວາມສາມັກຄີພາຍໃນ
ໝູ່ຄະນະ ໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງຢ່າງຈົບງາມ.

ແຫຼ່ງຂ່າວໂດຍ ນ. ບົວທອນ ສຸທໍາມະວົງ
ວັນທີ 28/06/2024